ຂະໜາດບັນຈຸ ມີ 3 ແຜ່ນໆລະ 10 ເມັດ ລວມ 30 ເມັດ
ຮັບປະທານ 1ເມັດກ່ອນນອນເພື່ອບຳລຸງ
ວີໂວ່ (Viewo) ຊ່ວຍຫຫຍັງແດ່ ?
-
ຊ່ວຍໃຫ້ການເບີ່ງເຫັນຊັດເຈນ ແລະ ດີຂື້ນ (ກິນຕໍ່ເນື່ອງກັນເປັນປະຈຳ)
-
ຊ່ວຍໃຫ້ອາການເຈັບແສບ ແລະ ເມື່ອຍຫຼ້າດີຂື້້ນ(ຈາກການໃຊ້ສາຍຕາຈ້ອງຫຼີ້ນໂທລະສັບ ເບີ່ງໂທລະພາບ ໃຊ້ຄອມພິວເຕີ)
-
ຊ່ວຍໃຫ້ຜູ້ທີ່ມີອາການຕາແຫ້ງ ມີດວງຕາທີ່ຊຸ່ມຊື່ນຂື້ນ (ຈາກການໃສ່ຄອນແທັກເລນເປັນເວລາດົນ)
-
ຊ່ວຍປ້ອງກັນແສງ UV ຈາກແສງແດດ (ລັງສີUV ແລະ ແສງສີຟ້າ LED ຈາກອຸປະກອນເອເລັກໂຕນິກຕ່າງໆ)
-
ຊ່ວຍໃຫ້ຜູ້ທີ່ມີບັນຫາການເບີ່ງເຫັນໃນຕອນກາງຄືນ ດີຂື້ນໂດຍບໍ່ຕ້ອງຈ້ອງດົນ (ດ້ວຍສານສະກັດຈາກບີວເບີລີ່)
-
ສົ່ງເສີມການເບີ່ງເຫັນໃຫ້ດີຂື້ນ
-
ຊ່ວຍລົດຄວາມສ່ຽງໃນການໂລກຕໍ້ຫີນ ແລະ ໂລກຕໍ້ກະຈົກ (ກີນຕໍ່ເນື່ອງກັນເປັນປະຈຳ)
-
ຊ່ວຍລົດໂອກາດໃນການເກີດໂລກຈໍປະສາດຕາເສື່ອມ (AMD)
-
ມີສານຕໍ່ຕ້ານອະນຸມູນອິດສະຫຼະ
-
ຊ່ວຍບຳລຸງຜິວພັນ
-
ຊ່ວຍບຳລຸງສະໝອງ ແລະ ຄວາມຈຳ
-
ລົດອາການປວດໄມເກນ
ສານສະກັດທີສຳຄັນ
1.ສານສະກັດຈາກດອກດາວເຮືອງ (Marigold Extract)
-
ມີສານສຳຄັນຄື ລູທີນ(Lutein) ມີລັກສະນະເປັນສານສີເຫຼືອງທີ່ມີປະໂຫຍດຕໍ່ດວງຕາ
ເພາະເປັນສານສຳຄັນທີ່ຢູໃນຈຸດຮັບພາບຂອງດວງຕາ ທີ່ເຮັດໜ້າທີ່ກອງແສງ ຫຼື
ປ້ອງກັນແສງ UV ທີ່ຈະເຮັດໃຫ້ເກີດອັນຕະລາຍຕໍ່ດວງຕາ
2. ເລຊິຕີນຈາກຖົ່ວເຫຼືອງ (Soy Lecithin)
-
ຊ່ວຍຄວບຄຸ່ມຄໍເລັດເຕີລໍໄດ້ ລະລາຍໄຂມັນໃນຫຼອດເລືອດ ເສີມສ້າງລະບົບຄວາມຈຳ
ເພາະມີສານໂຄລີນທີ່ຊ່ວຍບຳລຸງເລື່ອງຂອງສະໝອງ ຊ່ວຍຊ້ອມແຊມສ່ວນທີ່ມີບັນຫາ
ເສີມສ້າງການເຮັດວຽກຂອງເຊວໃຫ້ມີປະສິດທິພາບ ໂດຍສະເພາະ ກ້າມເນື້້ອ ຫົວໃຈ ຕັບ
ແລະ ໝາກໄຂ່ຫຼັງ ຊ່ວຍປ້ອງກັນໜີ້ວໃນຖົງນຳ້ບີ ເພີ່ມການດູດຊື່ມວິຕາມິນ B1 ແລະ
ວິຕາມິນ A ໃນລຳໃສ້ໃຫ້ດີຂື້ນ
3. ສານສະກັດຈາກແກ່ນອາງຸ່ນ (Grape Seed Extract)
-
ເປັນສານສະກັດທີ່ຖືວ່າມີສານຕໍ່ຕ້ານອະນຸມູນອິດສະຫຼະຢ່າງມີປະສິດທິພາບດີເລີດ
ເນື່ອງຈາກມີສານຟາໂວນອຍ ຊື່ງມີປະສິດທິພາບຫຼາຍກວ່າວິຕາມີນ C ແລະ
ວິຕາມີນ E ຊ່ວຍປ້ອງກັນການເກີດໂລກຫົວໃຈ ແລະ ບຳລຸງຫົວໃຈ ບຳລຸງຜິວພັນ
ສຳລັບຜູ້ທ່ີ່ມີສີຜິວເສົ້າໝອງ ແກ້ອາການເບົາຫວານຂື້ນຕາ ລົດຄວາມສ່ຽງໃນການ
ໂລກຕໍ້ຫີນ ສົ່ງເສີມການເບີ່ງເຫັນຢ່າງມີປະສິດທິພາບ
4. ເບຕ້າແຄໂລທີນ 10% (Beta Carotene 10%)
-
ເປັນສານອາຫານຊະນິດໜື່ງທີ່ຖືກຄົ້ນພົບວ່າມີຄຸນສົມບັດໃນການທຳລາຍອະນຸມູນອິດສະຫຼະ
ໄດ້ຢ່າງດີເລີດ ຢ່າງທີ່ຮູ້ແລ້ວວ່າ ເບຕ້າແຄໂຮທີນ ເມື່ອຖືກຍ່ອຍສະຫຼາຍໂດຍຕັບແລ້ວ ຈະໄດ້ວິຕາມີນ A
ຊື່ງຮ່າງກາຍນຳໄປໃຊ້ສ້າງສານໂຣດໍຊີນ ໃນດວງຕາ ສ່ວນເລຕິນາ( Retina ) ເຮັດໃຫ້ມາຄວາມສາມາດ
ໃນການເບີ່ງເຫັນໃນຕອນກາງຄືນໄດ້ ແລະ ນອກຈາກນັ້ນ ເບຕ້າແຄໂຣທີນ ຍັງລົດຄວາມເຊື່ອມຂອງເຊວ
ຂອງໜ່ວຍຕາ ແລະ ລົດຄວາມສ່ຽງຕໍ່ການເປັນຕໍ້ກະຈົກອີກນຳ
5.ສານສະກັດຈາກໂກຈິເບີລີ້ (Gojiberry Extract)
-
ສຸດຍອດໝາກໄມ້ຖືກຂະໜານນາມວ່າເປັນ (ຊູບເປີ້ຟຸດ) ເລີຍກໍ່ວ່າໄດ້ ເພາະມີສານ
ຕ້ານອະນຸມູນອິດສະຫຼະສູງທີ່ສຸດໃນໝາກໄມ້ຕະກູນເບີລີ້ ແລະ ດ້ວຍປະໂຫຍດຫຼາຍຊະນິດ
ບໍ່ວ່າຈະເປັນໃນເລື່ອງຂອງການຊ່ວຍເພີ່ມລະບົບການເຜົາຜານ ກຳຈັດໄຂມັນອຸດຕັນໃນ
ລຳໄສ້ ມີໄຟເບີສູງ ແລະ ຍັງຊ່ວຍບຳລຸງຜິວພັນ ລົດຮອຍຕີນກາ ເພາະມີວິຕາມິນ C ສູງກວ່າ
ໝາກກ້ຽງເຖີງ 500 ເທົ່າ ແລະ ຍັງມີປະໂຫຍດໃນດ້ານການບຳລຸງດວງຕາອີກດ້ວຍ ເພາະມີ
ຊີແຊນທີນ ທີ່ສູງກວ່າຜັກ ໝາກໄມ້ທົ່ວໄປ ແລະ ຊ່ວຍສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍ
6. ສານສະກັດຈາກບີວເບີລີ້ (Bilberry Extract)
-
ຊ່ວຍຮັກສາດວງຕາ ເຮັດໃຫ້ການເບີ່ງເຫັນໃນທີ່ມືດດີຂື້ນ ຊ່ວຍຮັກສາອາການຕາບອດກາງຄືນ
ຊ່ວຍລົດອາການເມື່ອຍຫຼ້າຂອງດວງຕາ ເມື່ອໃຊ້ສາຍຕາດົນ ຊ່ວຍປ້ອງກັນເລນຕາ ແລະ ຊ່ວຍໃຫ້ຄໍລໍເຈນ
ໃນຕາໃນສ່ວນ Cornea ແລະ ຫຼອດເລືອດຝອຍແຂງແຮງຂື້ນ ຊ່ວຍລົດອະນຸມູນອິດສະຫຼະໃນຈໍຕາ ຊ່ວຍ
ປ້ອງກັນອາການເສື່ອມທີ່ມັກຈະເກີດກັບດວງຕາໃຫ້ນ້ອຍລົງໄດ້ ເຊັ່ນ ຕໍ້ກະຈົກ ຕໍ້ຫີນ ຊີ້ນຕາປົ່ງ ຕາເຊື່ອມໃນຜູ້ເຖົ້າ
7.
ສານສະກັດຈາກຊີບັດທອນ (Sea Buckthorn Extract)
-
ຖືກເອີ້ນວ່າເປັນໝາກໄມ້ໃນຕຳນານເປັນໜ່ື່ງໃນສຸດຍອດໝາກໄມ້ທີອຸດົມໄປດ້ວຍ
ວິຕາມິນ C ແລະ ວິຕາມິນ E ສູງ ຊີບັດທອນ ອາດຈະເປັນທີ່ຮູ້ຈັກກັນຢ່າງແພ່ຫຼາຍໃນວົງການແພດ
ໝໍທີ່ທະວີບເອີຮົບ ແລະ ອາເມລິກາ ເຊີ່ງຄົນທົ່ວໄປອາດບໍ່ຮູ້ຈັກ ແຕ່ໝາກໄມ້ຊະນິດນີ້ກຳເນີດມາດົນ
ກວ່າ 25-40 ລ້ານປີ ໃນດ້ານຂອງຄຸນປະໂຫຍດນັ້ນ ຊີບັດທອນ ຈະຊ່ວຍເຮັດໃຫ້ເລືອດໝູນວຽນໄດ້ດີຂື້ນ
ບຳລຸງຫຼອດເລືອດ ຫົວໃຈ ແລະ ລະບົບສະໝອງ ຊ່ວຍເລື່ອງລະບົບການຍ່ອຍອາຫານ ສາມາດຂັບຂອງ
ເສຍອອກຈາກລຳໄສ້ໄດ້ ຊ່ວຍກຳຈັດເຊວຜິວທີ່ຖືກທຳລາຍຈາກແສງແດດ ມີເບຕ້າແຄໂຣທີນ ແລະ ໂລໂຄປີ່ນ
ທີ່ຊ່ວຍບຳລຸງດວງຕາ ແລະ ຜິວພັນໄດ້ຢ່າງດີເລີດເພາະມີສານຕານອະນຸມູນອິດສະຫຼະສຸງ
8. ສານສະກັດຈາກແບຣັດເຄດເລັນ (Blackcurrant Extract)
-
ລາຊາແຫ່ງໝາກໄມ້ຕະກູນເບີລີ້ ມີວິຕາມີນ C ສູງ ແລະ ມີສ່ວນປະກອບສຳຄັນຄື
ຟຣາໂວນອຍ ຊື່ງຈະຊ່ວຍບຳລຸງຜິວພັນໄດ້ເປັນຢ່າງດີ ຊ່ວຍລົດຄວາມດັນເລືອດໄດ້ ມີແອນໂທໄຊຍານີນ
ຈະຊ່ວຍໃນການບຳລຸງສາຍຕາ ລົດຄວາມສ່ຽງທີ່ຈະເປັນໂລກຕໍ້ກະຈົກ ປ້ອງກັນຈໍປະສາດຕາເສື່ອມ
ຮັກສາອາການເຈັບແສບ ແລະ ເມື່ອຍຫຼ້າຂອງດວງຕາຈາກການໃຊ້ສາຍຕາຫຼາຍ ແລະ ຊ່ວຍເຮັດໃຫ້ການ
ເບີ່ງເຫັນໃນບ່ອນມືດດີຂື້ນ ນອກຈາກນີ້ຍັງຊ່ວຍບຳລຸງສະໝອງ